ປະຫວັດບ້ານພະຂາວໂດຍສັງເຂບ

2026-02-12 15:04:29
ເມື່ອກ່າວເຖິງປະຫວັດຂອງບ້ານໜຶ່ງໆ ແນ່ນອນວ່າຕ້ອງໄດ້ເວົ້າເຖິງພໍ່ຕູ້ພໍ່ຕາທີ່ຢູ່ມາກ່ອນ ເຖິງແມ່ນວ່າເຮົາຈະບໍ່ໄດ້ສໍາພາດເພິ່ນໂດຍກົງກໍຕາມ ພຽງແຕ່ສືບຮູ້ຊື່ສຽງຮຽງນາມຂອງເພິ່ນຜູ້ເປັນໜໍ່ແໜງ ກໍພໍຈະເດົາໄດ້ວ່າ ບັນດາພໍ່ຕູ້ພໍ່ຕາເຫຼົ່ານັ້ນອາດຈະມີສ່ວນຮ່ວມໃນການສ້າງບ້ານນັ້ນໆບໍ່ຫຼາຍກໍໜ້ອຍ ບ້ານພະຂາວກໍເຊັ່ນດຽວກັນ.
ບ້ານພະຂາວເປັນບ້ານເກົ່າແກ່ບ້ານໜຶ່ງໂດຍບໍ່ມີຜູ້ໃດຮູ້ປະຫວັດຊັດເຈນວ່າ ຕັ້ງຂຶ້ນເມື່ອໃດ? ໃຜເປັນຜູ້ບຸກເບີກແທ້? ດັ່ງນັ້ນ, ຂ້າພະເຈົ້າຢາກເພີ່ມເຕີມຂໍ້ມູນບາງຢ່າງໃສ່ປຶ້ມບາງຫົວເຊິ່ງເພິ່ນໄດ້ຄົ້ນຄວ້າ ແລະ ຂຽນອອກມາແລ້ວໃນປີ ຄ.ສ 2008 ໂດຍ ອາຈານ ເສງ ແສງສູລິຍະ ດັ່ງລຸ່ມນີ້:
ກ່ອນອື່ນໝົດຂ້າພະເຈົ້າຂໍຊົມເຊີຍຜົນງານຂອງທ່ານ ແລະ ໝູ່ຄະນະທີ່ໄດ້ສະລະເວລາ ເຮື່ອແຮງ ຄົ້ນຄວ້າຫາຂໍ້ມູນມາປະກອບເປັນປຶ້ມໃຫ້ມວນຊົນໄດ້ອ່ານ ເຖິງແມ່ນວ່າບໍ່ຄົບຖ້ວນກໍຕາມ ແຕ່ກໍເປັນພື້ນຖານໃຫ້ຄົນຮຸ່ນຫຼັງໄດ້ສຶກສາຄົ້ນຄວ້າຕໍ່ໄປ. ບຸກຄົນທີ່ຄະນະໄດ້ສໍາພາດເອົາຂໍ້ມູນນັ້ນ ລ້ວນແລ້ວແຕ່ເປັນຜູ້ມີອາຍຸສູງໃນປາງນັ້ນ ເຊິ່ງເປັນຜູ້ມາຈັບຈອງ ບຸກເບີກ ແລະ ກໍ່ຕັ້ງບ້ານພະຂາວເຊັ່ນ: ຊຽງລາ (ພໍ່ຕູ້ກາ) ພໍ່ຕູ້ຊຽງພິມ ຊຽງອ້ວນ (ບິດາຂອງພຣະຄຣູທອງສາ ອະມິນທະລາດ). ພໍ່ຕູ້ຊຽງລາຍັງມີຫຼານສືບຕໍ່ມາຊື່ວ່າ ນາງພີ ແລະ ທ້າວທອງຄໍາ ຜາສີໂນວັນ ກໍແມ່ນຂ້າພະເຈົ້າຜູ້ກໍາລັງເລົ່າເລື່ອງນີ້ຢູ່. ຂ້າພະເຈົ້າເປັນໜຶ່ງໃນຜູ້ທີ່ສົນໃຈເລື່ອງປະຫວັດສາດ ແລະ ເຄີຍເປັນສັງກະລີຢູ່ນໍາພຣະຄຣູທອງສາ ອະມິນທະລາດ ເປັນເວລາ 6 ປີປາຍ ແລະ ເຄີຍເປັນລູກສິດເພິ່ນຕອນຮຽນຢູ່ຫ້ອງທີ 5-4 (ປັດຈຸບັນເອີ້ນວ່າ ຫ້ອງ ປ.1 ປ.2) ເມື່ອປີ ຄ.ສ 1948-1949. ໃນຍາມວ່າງເພິ່ນກໍເລົ່າເລື່ອງລາວຕ່າງໆສູ່ຂ້າພະເຈົ້າຟັງ.
ຊາວບ້ານພະຂາວສ່ວນຫຼາຍຍ້າຍມາຈາກຖິ່ນອື່ນ ເຊັ່ນວ່າ: ບ້ານທາດຫຼວງ, ເພຍວັດ-ທາດຂາວ. ພໍ່ຕູ້ຊຽງລາ ຫຼື ພໍ່ຕູ້ກາເກີດທີ່ບ້ານຫົວຂົວ (ທາດຫຼວງ) ເມຍຂອງເພິ່ນແມ່ນໄທບ້ານເພຍວັດທາດຂາວ. ພວກເພິ່ນພາກັນມາຈັບຈອງໄຮ່ນາສ້າງຢູ່ທຳກິນຕາມປະເພນີ ແລະ ຕັ້ງບ້ານເຮືອນຢູ່ບ້ານລຸ່ມ ບໍລິເວນແມ່ຕູ້ສົມພູ ເຮືອນພໍ່ຕູ້ສຸດໃຈໃນປັດຈຸບັນ. ສ່ວນວ່າໃນບໍລິເວນທີ່ຕັ້ງບ້ານເຮືອນເປັນບ້ານພະຂາວໃນປັດຈຸບັນແມ່ນຊາວບ້ານລຸ່ມພາກັນຈັບຈອງຖາກຖາງເຮັດໄຮ່ປູກພືດຕ່າງໆ ໄດ້ຜົນດີ ເນື່ອງຈາກວ່າເປັນບ່ອນສັນຄູທີ່ສູງກວ່າບ້ານລຸ່ມ. ຕໍ່ມາພວກເຈົ້ານາຍຝຣັ່ງໄດ້ສັ່ງໃຫ້ຊາວບ້ານລຸ່ມພາກັນປູກຝ້າຍຕໍ່າຫູກເຮັດເປັນແພຂາວ ແລະ ຝ້າຍເພື່ອເສຍຊ່ວຍໃຫ້. ສ່ວນວ່າຢູ່ບ້ານລຸ່ມນັ້ນນ້ຳມັກຖ້ວມຊາວບ້ານຈຶ່ງທະຍອຍກັນຍ້າຍຂຶ້ນມາຢູ່ທີ່ສູງດິນຂອງໃຜລາວ. ຫຼາຍປີຕໍ່ມາບ້ານກໍເລີຍກາຍເປັນບ້ານຜ້າຂາວໃນໄລຍະໃດໜຶ່ງ ແລ້ວປ່ຽນຈາກຜ້າຂາວມາເປັນພະຂາວໂດຍບໍ່ເປັນທາງການ. ເມື່ອຮູ້ບ້ານພະຂາວແລ້ວກໍຕ້ອງຮູ້ບຸກຄົນ ແລະ ສະຖານທີ່ສໍາຄັນເຊັ່ນ: ໜອງດູ່, ບໍ່ກາງນາ, ພໍ່ຕູ້ກາ (ຊຽງລາ), ຊຽງອ້ວນ, ຍາທ່ານທອງສາ, ຕູ້ຊຽງພິມ, ຕູ້ຈານໄພ, ຕູ້ທິດໄພ, ຕູ້ທິດພັນ, ພໍ່ຕູ້ຫໍ້, ພໍ່ຕູ້ດວງຈັນ, ທິດຄໍາສີ,ຈານລີ ແລະ ອື່ນໆເປັນຕົ້ນ.
ກ່ອນປີ ຄ.ສ 1952 ບ້ານພະຂາວຍັງບໍ່ທັນມີທາງເຊື່ອມຕໍ່ກັບຖະໜົນໃຫຍ່ເລກທີ 13 ໃຕ້ ຫຼື ຖະໜົນໄກສອນໃນປັດຈຸບັນເທື່ອ. ດັ່ງນັ້ນ, ປີ ຄ.ສ 1953-1954 ຍາທ່ານທອງສາຈຶ່ງໄດ້ໂອ້ລົມຂໍດິນນານຳຊາວບ້ານ ເມື່ອໄດ້ຮັບຄວາມເຫັນດີ ຍາທ່ານຈຶ່ງປຸກລະດົມພໍ່ແມ່ປະຊາຊົນມີທັງບ່າວສາວທຳການຂຸດກົ່ນຫົນທາງທັງກາງເວັນ ແລະ ກາງຄືນ ຈຶ່ງເປັນທາງພື້ນຖານປະໄວ້ໃຫ້ລູກຫຼານສືບຕໍ່ພັດທະນາເທົ້າທຸກວັນນີ້.

ຂ່າວອື່ນໆ

ປາຣະມີ 30 ທັດ
2026-03-03 11:07:49
1. ທານະ ປາຣະມີສັມປັນໂນ, ທານະ ອຸປະປາຣະມີສັມປັນໂນ, ທານະ ປະຣະມັດຖະປາຣະມີສັມປັນໂນ, ເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ.2. ສີລະ ປາຣະມ...
ອ່ານຕໍ່ →
ທັມມະບົດ (Dhammapada)
2026-02-28 15:19:31
ທັມມະບົດ (Dhammapada) ແມ່ນໜຶ່ງໃນຄຳພີທີ່ສຳຄັນ, ເກົ່າແກ່ ແລະ ໄດ້ຮັບການອ່ານຫຼາຍທີ່ສຸດໃນພຸດທະສາສະໜາ. ຄຳວ່າ "ທັມມະບົດ" ແປວ່າ "ບົດແຫ່ງທຳ" ຫຼື "ເສັ້ນທາງແຫ່ງຄວາມຈິງ"...
ອ່ານຕໍ່ →
ປະຫວັດວັດພຣະຂາວພັນນາຣາມ
2026-02-14 11:05:05
1) ຂອບເຂດ ແລະ ທີ່ຕັ້ງ ບ້ານພະຂາວຕັ້ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 205,2 ເຮັກຕາ ແລະ ມີອານາເຂດ ດັ່ງນີ້:  ທິດຕາເວັນອອກຕິດກັບບ້ານຮ່ອງສຸພາບ ເມືອ...
ອ່ານຕໍ່ →
ການສຶກສາ
2026-02-08 09:34:24
ການສຶກສາ (Education) ແມ່ນຂະບວນການຮຽນຮູ້ເພື່ອສ້າງຄວາມຮູ້, ທັກສະ, ຄ່ານິຍົມ ແລະ ທັດສະນະຄະຕິ ເຊິ່ງເປັນຮາກຖານທີ່ສຳຄັນທີ່ສຸດໃນການພັດທະນາຕົນເອງ ແລະ ປະເທດຊາດ. ນີ້ແມ່...
ອ່ານຕໍ່ →
💛 ເຮັດບຸນ