ປະຫວັດວັດພຣະຂາວພັນນາຣາມ

2026-02-14 11:05:05
1) ຂອບເຂດ ແລະ ທີ່ຕັ້ງ
ບ້ານພະຂາວຕັ້ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 205,2 ເຮັກຕາ ແລະ ມີອານາເຂດ ດັ່ງນີ້:
 ທິດຕາເວັນອອກຕິດກັບບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ;
 ທິດຕາເວັນຕົກຕິດກັບບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
 ທິດໃຕ້ຕິດກັບບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
 ທິດເໜືອຕິດກັບບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

2) ການບຸກເບີກ ແລະ ພັດທະນາການ
ພະຂາວເປັນບ້ານເກົ່າແກ່ ແລະ ມີອານາເຂດກວ້າງຂວາງບ້ານໜຶ່ງໃນເມືອງໄຊທານີ ບໍ່ມີຜູ້ໃດຮູ້ປະຫວັດຊັດເຈນວ່າ ສ້າງຕັ້ງຂຶ້ນເມື່ອໃດ? ໃຜເປັນຜູ້ນຳພາໃນການບຸກເບີກກ່ອນ? ໃນໄລຍະທີ່ຜ່ານມາໄດ້ມີຜູ້ສົນໃຈຫຼາຍທ່ານພະຍາຍາມຂຽນກ່ຽວກັບປະຫວັດບ້ານພະຂາວ ແຕ່ກໍຍັງບໍ່ທັນສຳເລັດເປັນຮູບເຫຼັ້ມໜັງສືຈັກເທື່ອ ທັງນີ້ ເນື່ອງດ້ວຍຂໍ້ຈໍາກັດທາງດ້ານຂໍ້ມູນທີ່ໜ້າເຊື່ອຖື. ເມື່ອບໍ່ດົນມານີ້ ຜູ້ຂຽນ ແລະຄະນະຈຶ່ງໄດ້ເລີ່ມຄົ້ນຫາຂໍ້ມູນຢ່າງຈິງຈັງ ຈົນໃນທີ່ສຸດກໍໄດ້ພົບລາຍງານເຫຼັ້ມໜຶ່ງຊື່ວ່າ “The Village Of Ban Pha Khao Vientiane Province: A Preliminary Report” ຂຽນໂດຍ ສຶເນະໂອະ ອາຢາເບະ (Tsuneo Ayabe) ນັກວິຊາການຊາວຍີ່ປຸ່ນໄດ້ມາເກັບກໍາຂໍ້ມູນຢູ່ບ້ານພະຂາວເປັນເວລາສອງເດືອນ ແລະຂຽນເປັນບົດລາຍງານລົງໃນວາລະສານຊາຕິພັນຍີ່ປຸ່ນ (Japanese Journal Ethnology) ໃນປີ ຄ.ສ 1959 ເນື້ອໃນຂອງບົດລາຍງານສະບັບນີ້ມີເນື້ອຫາກ່ຽວກັບສະພາບເສດຖະກິດ ສັງຄົມ ການປົກຄອງ ວັດທະນະທໍາ ຮີດຄອງປະເພນີ ຄວາມເຊື່ອ ແລະສາສະໜາຂອງບ້ານພະຂາວ. ໃນສະໄໝນັ້ນບ້ານນີ້ບໍ່ໄດ້ມີຊື່ວ່າພະຂາວ ແຕ່ໃສ່ຊື່ວ່າ ບ້ານຜ້າຂາວ ຄຳວ່າ ຜ້າ ໝາຍເຖິງ ຜ້າແພຕ່າງໆທີ່ເຮັດມາຈາກຝ້າຍ ສ່ວນຄຳວ່າ ຂາວ ໝາຍເຖິງສີຂາວນັ້ນເອງ. ສະນັ້ນ ບ້ານຜ້າຂາວຈຶ່ງມີຄວາມໝາຍວ່າ ບ້ານທີ່ຜະລິດຜ້າຂາວ. ອາຢາເບະ ໄດ້ສໍາພາດຜູ້ເຖົ້າຜູ້ແກ່ ແລະ ພຣະສົງພາຍໃນວັດກ່ຽວກັບຄວາມເປັນໄປເປັນມາຂອງຊື່ບ້ານພະຂາວ ດັ່ງນີ້:

ຈາກການສໍາພາດພໍ່ຕູ້ຄົນໜຶ່ງອາຍຸ 77 ປີ ເລົ່າວ່າ “ໃນອະດີດດົນມາແລ້ວ ຄາວທີ່ພຣະພຸດທະເຈົ້າໄດ້ສະເດັດມາເຜີຍແຜ່ພຸດທະສາສະໜາໃນດິນແດນແຖບນີ້ ເມື່ອພຣະອົງເດີນທາງຜ່ານມາຮອດບ້ານນີ້ ເປັນຊ່ວງທີ່ກຳລັງຫິວເຂົ້າແຮງຈົນໜ້າມືດຕາລາຍ. ຕອນນັ້ນ ມີຕາຜ້າຂາວຄົນໜຶ່ງບັງເອີນຍ່າງມາພົບພຸດທະເຈົ້າພໍດີ ກໍເລີຍໄດ້ຖວາຍພັດຕາຫານແກ່ພຣະອົງ ເມື່ອສັນເຂົ້າອີ່ມແລ້ວ ພຣະອົງກໍຮູ້ສຶກຊາບຊຶ້ງໃນບຸນຄຸນຂອງຕາຜ້າຂາວທີ່ໄດ້ຖວາຍອາຫານ ຈຶ່ງໄດ້ກ່າວກັບຕາຜ້າຂາວວ່າ ຕັ້ງແຕ່ນີ້ຕໍ່ໄປໃຫ້ເອີ້ນຊື່ບ້ານນີ້ວ່າ ບ້ານຜ້າຂາວ ຈາກນັ້ນ ພຣະອົງກໍອອກເດີນທາງຕໍ່. ບ້ານແຫ່ງນີ້ຈຶ່ງມີຊື່ວ່າ ບ້ານຜ້າຂາວຕັ້ງແຕ່ນັ້ນເປັນຕົ້ນມາ”

ອາຢາເບະ ຕັ້ງຂໍ້ສັງເກດວ່າເລື່ອງເລົ່າໃນລັກສະນະນີ້ມັກປາກົດໃຫ້ເຫັນທົ່ວໄປເມື່ອມີການເລົ່າຫຼືຂຽນເຖິງປະຫວັດຂອງບ້ານ ແລະວັດໃນລາວ ອາຢາເບະມອງວ່າການກ່າວແບບນີ້ອາດຈະເປັນການກ່າວເກີນຄວາມເປັນຈິງ ເພາະເລື່ອງເລົ່າໃນລັກສະນະນີ້ບໍ່ມີຫຼັກຖານທາງປະຫວັດສາດຢືນຢັນວ່າ ພຣະພຸດທະເຈົ້າເຄີຍສະເດັດມາດິນແດນແຖບນີ້ຈິງຫຼືບໍ່. ຕາມປະຫວັດສາດແລ້ວ ມີວັດໃນລາວພຽງສອງສາມແຫ່ງເທົ່ານັ້ນທີ່ໄດ້ຮັບການສ້າງຂຶ້ນກ່ອນສະຕະວັດທີ 16 ແຕ່ເຖິງຢ່າງໃດກໍຕາມ ການເວົ້າແບບນີ້ກໍບໍ່ໄດ້ໝາຍຄວາມວ່າ ເຮົາຈະປະຕິເສດເລື່ອງເລົ່າປະລຳປະລາໂດຍສິ້ນເຊີງ ເພາະເລື່ອງເລົ່າແບບນີ້ມັກມີອິດທິພົນຕໍ່ຜູ້ຄົນໃນສັງຄົມ.

ຂ່າວອື່ນໆ

ປາຣະມີ 30 ທັດ
2026-03-03 11:07:49
1. ທານະ ປາຣະມີສັມປັນໂນ, ທານະ ອຸປະປາຣະມີສັມປັນໂນ, ທານະ ປະຣະມັດຖະປາຣະມີສັມປັນໂນ, ເມດຕາໄມຕຣີ ກະຣຸນາ ມຸທິຕາ ອຸເປກຂາ ປາຣະມີສັມປັນໂນ ອິຕິປິ ໂສ ພະຄະວາ.2. ສີລະ ປາຣະມ...
ອ່ານຕໍ່ →
ທັມມະບົດ (Dhammapada)
2026-02-28 15:19:31
ທັມມະບົດ (Dhammapada) ແມ່ນໜຶ່ງໃນຄຳພີທີ່ສຳຄັນ, ເກົ່າແກ່ ແລະ ໄດ້ຮັບການອ່ານຫຼາຍທີ່ສຸດໃນພຸດທະສາສະໜາ. ຄຳວ່າ "ທັມມະບົດ" ແປວ່າ "ບົດແຫ່ງທຳ" ຫຼື "ເສັ້ນທາງແຫ່ງຄວາມຈິງ"...
ອ່ານຕໍ່ →
ປະຫວັດບ້ານພະຂາວໂດຍສັງເຂບ
2026-02-12 15:04:29
ເມື່ອກ່າວເຖິງປະຫວັດຂອງບ້ານໜຶ່ງໆ ແນ່ນອນວ່າຕ້ອງໄດ້ເວົ້າເຖິງພໍ່ຕູ້ພໍ່ຕາທີ່ຢູ່ມາກ່ອນ ເຖິງແມ່ນວ່າເຮົາຈະບໍ່ໄດ້ສໍາພາດເພິ່ນໂດຍກົງກໍຕາມ ພຽງແຕ່ສືບຮູ້ຊື່ສຽງຮຽງນາມຂອງເພິ...
ອ່ານຕໍ່ →
ການສຶກສາ
2026-02-08 09:34:24
ການສຶກສາ (Education) ແມ່ນຂະບວນການຮຽນຮູ້ເພື່ອສ້າງຄວາມຮູ້, ທັກສະ, ຄ່ານິຍົມ ແລະ ທັດສະນະຄະຕິ ເຊິ່ງເປັນຮາກຖານທີ່ສຳຄັນທີ່ສຸດໃນການພັດທະນາຕົນເອງ ແລະ ປະເທດຊາດ. ນີ້ແມ່...
ອ່ານຕໍ່ →
💛 ເຮັດບຸນ